ຫວຽດນາມ - ລາວ ຮ່ວມມືຜະລິດຮູບເງົາ ເອກກະສາານ ກ່ຽວກັບປະຫວັດຊາດການທະຫານ
ຍສໝ - ພິທີມອບ-ຮັບຮູບເງົາ "70 ປີ ແຫ່ງການພັດທະນາ ແລະ ຄວາມເຂັ້ມແຂງພາຍໃຕ້ຄັນທຸງຂອງພັກ", ຮູບເງົາປະຫວັດສາດກ່ຽວກັບ 70 ປີ ແຫ່ງຄວາມເປັນມາ ແລະ ພັດທະນາຂອງກອງທັບປະຊາຊົນລາວ ໄດ້ຮັບການຊ່ວຍເຫຼືອໃນການຜະລິດໂດຍ ກອງທັບປະຊາຊົນຫວຽດນາມ, ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ສໍານັກງານຂອງກະຊວງປ້ອງກັນປະເທດລາວ ທີ່ນະຄອນຫລວງວຽງຈັນ.