ສັບປະດາ ຮູບເງົາອາຊຽນ 2022 ຈະຈັດຕັ້ງຢູ່ 3 ນະຄອນໃຫຍ່ຂອງ ຫວຽດນາມ
ສັບປະດາຮູບເງົາອາຊຽນ ປີ 2022 ຢູ່ ຫວຽດນາມ ຄາດວ່າຈະແກ່ຍາວເປັນເວລາ 6 ວັນໃນໄຕມາດ II ປີ 2022 ເຊິ່ງຈະດຳເນີນຢູ່ 3 ນະຄອນລວມມີ: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ.