ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA
ຍສໝ - ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44 (AIPA – 44), ຕອນບ່າຍວັນທີ 6 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ການນຳສະພາແຫ່ງຊາດ/ລັດຖະສະພາບັນດາປະເທດສະມາຊິກ AIPA ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA.