ວັດທະນະທຳເຂດຊາຍແດນ ຫວຽດນາມ - ລາວ: ການເຊື່ອມຕໍ່ທີ່ເປັນມູນເຊື້ອ, ຈຸດປະກາຍແຈ້ງຄວາມເປັນມິດຕະພາບ
ຍສໝ - ຊາຍແດນ ຫວຽດນາມ - ລາວ ບໍ່ພຽງແຕ່ແມ່ນເຂດແດນທາງພູມສາດເທົ່ານັ້ນ, ຫາກຍັງເປັນພື້ນທີ່ປະສົມປະສານວັດທະນະທຳພິເສດລະຫວ່າງບັນດາຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນອີກດ້ວຍ. ຜ່ານຫຼາຍຮ້ອຍປີ, ບັນດາຊຸມຊົນຢູ່ທີ່ນີ້ໄດ້ແບ່ງປັນບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ເຊີດຊູສີສັນຂອງຊາດ, ພ້ອມກັນນັ້ນ ກໍ່ຈຸດປະກາຍແຈ້ງສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງສອງຊາດອ້າຍນ້ອງ ຫວຽດນາມ - ລາວ.