ຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ ຫວຽດນາມ - ລາວ
ເນື່ອງໃນໂອກາດບຸນເຕັດປີຂານ ຂອງ ຫວຽດນາມ, ວັນທີ 30 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ແລະ ບັນດາການນຳຂັ້ນສູງພັກ, ລັດ ລາວໄດ້ສົ່ງສານອວຍພອນມາຍັງບັນດາການນຳຂັ້ນສູງພັກ ແລະ ລັດ ຫວຽດນາມ.