ຍສໝ-ໂດຍການກ່າວຄຳເຫັນທີ່ການພົບປະເຈລະຈາທີ່ໄຂຂຶ້ນໃນວັນທີ 11 ກໍລະກົດ ກັບທ່ານ Santiago Cafiero, ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ສ.ອາເຈນຕິນາ, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອາເຈນຕິນາ ຈະນັບມື້ນັບພັດທະນາ, ປະກອບສ່ວນສຳຄັນເຂົ້າໃນການຍົກລະດັບການພົວພັນສອງຝ່າຍເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.
ຍສໝ - ຫວ່າງແລ້ວນີ້, ທ່ານ ເຈີ່ນວັນທ໋ວນ - ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບເອົາວັກຊີນກັນໂຄວິດ-19 AstraZeneca ຈຳນວນ 500.000 ໂດສ ຈາກລັດຖະບານອາເຈນຕິນາ ມອບໃຫ້ແກ່ລັດຖະບານຫວຽດນາມ ເພື່ອປ້ອງກັນ, ຄວບຄຸມພະຍາດໂຄວິດ-19, ດ້ວຍມູນຄ່າກວ່າ 2 ລ້ານໂດລາສະຫະລັດ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ຢືນຢັນວ່າ ຂອງຂວັນຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳໃຈອັນຈິງໃຈຂອງລັດ ແລະ ປະຊາຊົນຫວຽດນາມ, ແມ່ນການແບ່ງປັນ ແລະ ຊ່ວຍເຫລືອໝູ່ເພື່ອນອາເຈນຕິນາ.
ຍສໝ - ຂໍ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ເຊິ່ງລະຫວ່າງອາເຈນຕິນາ ແລະ ຫວຽດນາມ ໄດ້ລົງນາມໃນ 10 ປີຜ່ານມາ ແມ່ນພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອ.
ຍສໝ - ທີ່ກອງປະຊຸມສຳມະນາ, ທ່ານນາງ Perié ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນຕ້ອງການເພີ່ມທະວີການເຄື່ອນໄຫວຕ່າງໆ ໃນກົນໄກການຮ່ວມມືສອງຝ່າຍ ໂດຍອີງໃສ່ການສະໜັບສະໜູນລະຫວ່າງພື້ນຖານເສດຖະກິດປະເທດອາເຈນຕິນາ ແລະ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດ ປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2019), ວັນທີ 26 ພຶດສະພາ, ສະຖາບັນວັດທະນະທຳ ອາເຈນຕິນາ - ຫວຽດນາມ (ICAV) ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາກຊັງຕີນ ເປັນກຽດຈັດຕັ້ງພິທີເຊີດຊູສື່ສຽງຜູ້ນຳທີ່ແສນເຄົາລົບຮັກຂອງ ຫວຽດນາມ ຢູ່ເຂດ ອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ ນະຄອນຫຼວງ Buenos Aires, ປະເທດ ອາເຈນຕິນາ.