ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງອະ​ນາ​ຄົດ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃຫ້​ແກ່​ປະ​ເທດ​ຊາດ

ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງອະ​ນາ​ຄົດ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃຫ້​ແກ່​ປະ​ເທດ​ຊາດ

ປີ 2026, ຫວຽດ​ນາມ ຈະ​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 51 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ລາດ (30/4/1975 - 30/4/2026). ນີ້​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ຊາດ ຫວຽດ​ນາມ. ການສະ​ເຫຼີມ​ສະຫຼອງ 51 ປີ​ແຫ່ງວັນ​ໄຊ​ຊະ​ນະ 30 ເມ​ສາ ກໍ່​ແມ່ນ​ໂອ​ກາດ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ, ເອ​ກະ​ລາດ. ຍິ່ງ​ກ່​ວາ​ໃຜ​ໝົດ, ຄົນ ຫວຽດ​ນາມ ໄດ້​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຊາດ.