ອ່າວ ຮ່າລອງ-ໝູ່ເກາະ ກາດບ່າ ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກໂລກທາງທຳມະຊາດ
ຍສໝ - ຕອນຄ່ຳວັນທີ 16 ກັນຍານີ້ (ຕາມເວລາຫວຽດນາມ), ອ່າວຮ່າລອງ ແຂວງ ກວາງນິງ ແລະ ໝູ່ເກາະ ກາດບ່າ ຢູ່ນະຄອນ ຫາຍຟ່ອງ ໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກທຳມະຊາດໂລກ, ນີ້ຖືວ່າເປັນຄັ້ງທໍາອິດ ຫວຽດນາມ ໄດ້ຮັບມໍລະດົກລະຫວ່າງແຂວງ ແລະ ນະຄອນ.