ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ໃນອາທິດຈະມາເຖິງນີ້, ການນຳຂັ້ນສູງພາກພື້ນ ຈະປຶກສາຫາລືກ່ຽວກັບ ແລວໄປ - ມາ ຢູ່ ອາຊຽນ ແລະ ຈະນຳໃຊ້ໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ໃນທົ່ວພາກພື້ນ.
ຍສໝ - ຜູ້ຕາງໜ້າ JICA ຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ຈະສືບຕໍປຶກສາຫາລືຢ່າງແໜ້ນແຟ້ນກັບລັດຖະບານຍີ່ປຸ່ນເພື່ອໜູນຊ່ວຍຫວຽດນາມໃນການປ້ອງກັນ, ຕ້ານບັນດາພະຍາດຕິດແປດໃນນັ້ນມີ ໂລກລະລາດ Covid – 19.
ຍສໝ - ບັນດາອຸປະກອນການແພດປົກປ້ອງສ່ວນຕົວໂດຍຫວຽດນາມໜູນຊ່ວຍ ໄດ້ອຳນາດການປົກຄອງ ກາຊັກສະຖານ ສົ່ງໄປຍັງບັນດາຮາກຖານການແພດທ້ອງຖິ່ນແຂວງ Atyrau ທາງພາກຕາເວັນຕົກຂອງປະເທດນີ້.
ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ໂຕນ.
ໂດຍຕາງໜ້າເອກອັກຄະລັດຖະທູດບັນດາປະເທດຮັບວັດຖຸ, ອຸປະກອນການແພດ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນປະຈຳຫວຽດນາມໄດ້ຕີລາຄາສູງປະສິດທິຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມໃນໄລຍະທີ່ຜ່ານມາ, ສະແດງຄວາມຂອບໃຈຢ່າງເລິກເຊິ່ງສຳລັບນ້ຳໃຈ, ຄວາມຊ່ວຍເຫຼືອອັນລ້ຳຄ່າຂອງສະພາແຫ່ງຊາດ, ປະຊາຊົນຫວຽດນາມທີ່ສະຫງວຽນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນບັນດາປະເທດ.
ຍສໝ - ເຄື່ອງໜູນຊ່ວຍລວມມີ: ຜ້າອັດປາກ - ດັງປ້ອງກັນເຊື້ອໂລກ, ຜ້າອັດປາກ - ດັງປ້ອງກັນພະຍາດ, ຊຸດປ້ອງກັນເຊື້ອໂລກ ແລະ ຜະລິດຕະພັນຢາຊີວິພາບວິໄຈເຊື້ອໄວຣັດ SARS – CoV – 2 ໂດຍ ຫວຽດນາມຜະລິດດ້ວຍຍອດມູນຄ່າ ແມ່ນ 420.000 USD.