ອັດຕະປື-ອານຢາງ ແລກປ່ຽນບົດຮຽນວຽກງານອຸດສະຫະກຳ ແລະ ການຄ້າ
ເມື່ອບໍ່ດົນມານີ້, ພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື ແລະ ພະແນກອຸດສະຫະກຳ ແລະ ການຄ້າ ແຂວງອານຢາງ ສສ ຫວຽດນາມ ຈັດກອງປະຊຸມພົບແລກປ່ຽນບົດຮຽນກ່ຽວກັບການພັດທະນາລະບົບຈຳໜ່າຍ ສິນຄ້າ, ການນຳເຂົ້າສີນຄ້າຜ່ານດ່ານຊາຍແດນຂອງແຂວງອັດຕະປື ໂດຍມີທ່ານ ສຸດໃຈ ກົມມະເມືອງ ຮອງຫົວໜ້າ ພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື, ມີທ່ານ ຟານ ເລີ້ຍ ຮອງຫົວໜ້າ ພະແນກ ອຸດສະຫະກຳ ແລະ ການຄ້າແຂວງອານຢາງ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.