ຊຸກຍູ້ການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຢີ ລະຫວ່າງຫວຽດນາມ ແລະ ອິດສະລາແອນ
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມປະຈຳ Tel Aviv, ແຕ່ວັນທີ 31 ມັງກອນ ຫາ ວັນທີ 4 ກຸມພາ, ທ່ານປອ. ຮວ່າງມິງເຊີນ, ກຳມະການ ຄະນະບໍລິຫານງານສູນກາງພັກ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ນຳພາຄະນະຜູ້ແທນຈາກມະຫາວິທະຍາໄລມາຢ້ຽມຢາມ ແລະ ເຮັດວຽກຢູ່ອິດສະຣາເອນ ເພື່ອເປັນຮູບປະທຳໃຫ້ແກ່ນະໂຍບາຍຕົ້ນຕໍຂອງພັກ ແລະ ລັດກ່ຽວກັບການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ.