ແຂວງຮ່າຕິ໋ງ-ນະຄອນຫຼວງວຽງຈັນ ໄດ້ພົບປະເຈລະຈາວຽກງານ ຊອກຫາ ແລະ ຂຸດຄົ້ນອັດຖິວິລະຊົນຜູ້ເສຍສະຫຼະ

ແຂວງຮ່າຕິ໋ງ-ນະຄອນຫຼວງວຽງຈັນ ໄດ້ພົບປະເຈລະຈາວຽກງານ ຊອກຫາ ແລະ ຂຸດຄົ້ນອັດຖິວິລະຊົນຜູ້ເສຍສະຫຼະ

ຍສໝ - ຕອນເຊົ້າວັນທີ 7 ພຶດສະພາ ຢູ່ ນະຄອນຫຼວງວຽງຈັນ (ສປປ ລາວ), ຄະນະປະຕິບັດງານພິເສດຂອງແຂວງຮ່າຕິ໋ງ ນຳໂດຍ ທ່ານ ຟານ ກາວ ແທັງ ຫົວໜ້າຄະນະຂົນຂວາຍແຂວງ ໄດ້ມີການພົບປະເຈລະຈາ, ແລກປ່ຽນປະສົບການກໍ່ຄືບົດຮຽນ ກັບ ຄະນະປະຕິບັດງານພິເສດຂອງ ນະຄອນຫຼວງວຽງຈັນ ກ່ຽວກັບການເຄື່ອນໄຫວຊອກຫາ, ຂຸດຄົ້ນອັດຖິວິລະຊົນຜູ້ເສຍສະຫຼະ ທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດ ຢູ່ ລາວ.