ຍສໝ - ທ່ານ Nir Barkat ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະລາແອັນ ໄດ້ຢັ້ງຢືນວ່າ ດ້ວຍ ສັນຍາການຄ້າເສລີ ສອງຝ່າຍ (FTA) ທີ່ຫາກໍ່ໄດ້ຮັບການລົງນາມ, ຫວຽດນາມ ເລີ່ມກາຍເປັນຄູ່ຮ່ວມມືສຳຄັນໃນແຜນທີ່ການລົງທຶນຂອງ ອິດສະລາແອັນ.
ຕອນບ່າຍວັນທີ 10 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູເວດ Yousef Ashour Al-sabbagh ແລະ ທ່ານເອກອັກຄະລັດຖະທູດ ອິດສະລາແອັນ Yaron Mayer ເຂົ້າຍື່ນສານຕາຕັ້ງ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບັນດາປະເທດ ອາຣັບບິ ຊາອຸດິ, ອິດສະລາແອັນ, ອາແຊກໄບຊານ ເຂົ້າຢ້ຽມອຳລາ.
ຍສໝ - ປະຊາຄົມຊາວ ຫວຽດນາມ ຢູ່ ອິດສະລາແອັນ ປັດຈຸບັນ ລວມມີນັກສຶກສາ ກ່ວາ 300 ຄົນ ທີ່ແມ່ນນັກຄົ້ນຄ້ວາ ດ້ານກະສິກຳ ຢູ່ 4 ສູນກາງບຳລຸງສ້າງກະສິກຳໃຫຍ່ ແລະພໍ່ແມ່ປະຊາຊົນ ບາງຄົນທີ່ດຳລົງຊີວິດຢູ່ບັນດານະຄອນຄື Tel Aviv, Bat Yam, Beersheba, Haifa...
ຍສໝ - ທີ່ການແລກປ່ຽນ, ທ່ານ ຫງວຽນແອັງຕວັນ ໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ ແລະ ພວມນຳມາເຊິ່ງບັນດາຜົນງານອັນດີງາມໃນຫຼາຍຂົງເຂດຄືກະສິກຳ, ຊົນລະປະທານ, ອະນຸລັກແຫຼ່ງນ້ຳ, ການສຶກສາ, ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ… ປີ 2023, ສອງປະເທດຈະມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການຂອງທັງສອງປະເທດ ຫວຽດນາມ - ອິດສະລາແອັນ.
ຍສໝ - ທ່ານ ໂດມິງຮຸ່ງ ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບບັນດາວິສາຫະກິດ ອິດສາລາແອັນ ທີ່ມາສຳຫຼວດການຕະຫຼາດ, ຊອກຫາກາລະໂອກາດໃນການຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືຫວຽດນາມ.
ຍສໝ - ວັນທີ 20 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບສະພາບແຫ່ງຜືນແຜ່ນດິນ ປາແລັດສະຕິດ ທີ່ຖືກຢຶດຄອງ ແລະ ວິວັດການສ້າງສັນຕິພາບຢູ່ຕາເວັນອອກກາງໂດຍມີການເຂົ້າຮ່ວມຂອງທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ.