ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ

ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ

ຍສໝ - ​ເນື່ອງ​ໃນ​ໂອກາດ​ທີ່ສະຫາຍ ​ກຳມະການກົມການ​ເມືອງ, ຜູ້ປະຈຳການຄະນະ​ເລຂາທິການສູນກາງ​​ພັກ​ກອມ​ມູນິດ ​ຫວຽດນາມ ​ເລືອງ​ເກື່ອງ ​ໄດ້​ຮັບ​ເລືອກ​ຕັ້ງດຳລົງຕຳແໜ່ງ​ເປັນ​ປະທານປະເທດ ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຫຼາຍ​ອົງການຈັດຕັ້ງ​ປະຊາຊົນ​ໃນ​ທົ່ວ​ໂລກ​ໄດ້​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ. ນີ້​ແມ່ນບັນດາ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ.