ການນຳປະເທດລາວ ໄດ້ສະເໜີໃຫ້ສອງອົງການກວດສອບລາວ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື

ການນຳປະເທດລາວ ໄດ້ສະເໜີໃຫ້ສອງອົງການກວດສອບລາວ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮັດວຽກຢູ່ລາວ, ​ໃນ​ວັນ​ທີ 25 ພະຈິກ​ນີ້, ທ່ານ ​ໂງ​ວັນ​ຕວນ ​ຫົວໜ້າໃຫຍ່​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ​ທ່ານ​ນາຍົກລັດຖະມົນຕີ ລາວ ພັນ​ຄຳ ວິພາ​ວັນ ​ແລະ ຮອງປະທານ​ຜູ້​ປະຈຳ​ການສະພາແຫ່ງຊາດລາວທ່ານ ສຸນທອນ ໄຊຍະຈັກ.

ສະພາແຫ່ງຊາດ ຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບ ແລະ ກວດກາ ແຫ່ງລັດ

ສະພາແຫ່ງຊາດ ຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບ ແລະ ກວດກາ ແຫ່ງລັດ

​ໃນ​ກອງ​ປະຊຸມ​ ຄັ້ງ​ປະຖົມມະ​ລຶກຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ​ໃນ​ວັນ​ທີ 25 ມີນາ 2021 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່​ງຊາດ ພາຍ ຫລັງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ຄົບ​ຖ້ວນສົມບູນ ​ໃສ່​​ບົດ​ລາຍ​ງານ ​ການຈັດ​ຕັ້ງ​ປະຕິບັດ​​ແຜນການ​ ເຄື່ອນ​ໄຫວ​ວຽກ​ງານ 5 ປີ (2016-2020) ​ແລະ ທິດ​ທາງ​ແຜນການ ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ (2021-2025) ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ອົງການ​ກວດກາ​ແຫ່ງ​ລັດ ​ແລ້ວສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ ສອງ​ບົດ​ລາຍ​ງານ ດັ່ງກ່າວ, ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ເປັນ​ສ່ວນ​ຫລາຍ.