ແຜ່ຂະຫຍາຍພື້ນທີ່ວັດທະນະທໍາໂຮ່ຈີມິນຈາກບັນດາອົງການຜູ້ຕາງຫນ້າຂອງຫວຽດນາມຢູ່ ຕ່າງປະເທດ
ຍສໝ - ວັນທີ 9 ມິຖຸນາ 2025, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ ດ້ວຍຫົວຂໍ້ວ່າ “ພື້ນທີວັດທະນະທຳໂຮ່ຈິມິນ ຢູ່ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ”. ເຫດການດັ່ງກ່າວໄດ້ປະກອບສ່ວນຊີ້ແຈ້ງພາລະບົດບາດ, ມາດຕະຖານເນື້ອໃນ ແລະ ວິທີການຜັນຂະຫຍາຍຕົວແບບພື້ນທີ່ ໂຮ່ຈີມິນ ໃນໄລຍະໃໝ່, ເພື່ອເຜີຍແຜ່ອຸດົມການ, ຄຸນສົມບັດສິນທຳ, ມໍລະດົກວັດທະນະທຳຂອງປະທານ ໂຮ່ຈີມິນ ເຖິງເພື່ອນມິດສາກົນຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບແຕ່ລະປະເທດປະຈຳຖີ່ນ