ນາຍົກ ເນັ້ນຫາດຊາຍຟອງ ປູກພືດຜັກປອດສານພິດໃຫ້ຫຼາຍຂຶ້ນ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ລົງຢ້ຽມຢາມ ແລະ ພົບປະ ປະຊາຊົນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ວັນທີ 5 ສິງຫາ 2019 ຢູ່ວັດປ່າເປົ້າ ບ້ານບໍ່ໂອ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງຫາດຊາຍ ຟອງ ແລະ ພາກສ່ວນກ່ຽວຂ້ອງ.