ຍສໝ - ໃນວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະ ກັບທ່ານ ນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ໂດຍປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ ແລະ ລາວ, ຕອນເຊົ້າວັນທີ 27 ກັນຍາ, ທີ່ນະຄອນຫລວງ ວຽງຈັນ (ລາວ), ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານຮ່ວມກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ນະໂຍບາຍກົດໝາຍກ່ຽວກັບການພັດທະນາສີມືແຮງງານ ແລະ ການແກ້ໄຂວຽກເຮັດງານທຳ” ແລະ “ວຽກງານສົມທົບກັນແກ້ໄຂໃບຮ້ອງທຸກກ່າວຟ້ອງລະຫວ່າງບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ”
ຍສໝ - ວັນທີ 17 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານບັນຊາກາງຂອງລາວ ໄດ້ຈັດກອງປະຊຸມສອງຝ່າຍ ເພື່ອແລກປ່ຽນ ແລະ ແບ່ງປັນປະສົບການ ກ່ຽວກັບການຄຸ້ມຄອງເສດຖະກິດມະຫາພາກ, ໂດຍສະເພາະໃນຂົງເຂດ ການເງິນ ແລະ ການທະນາຄານ.
ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ຢູ່ແຂວງເງ້ອານ, ດ້ວຍບັນຍາກາດເບີກບານມ່ວນຊື່ນ ເພື່ອສະເຫຼີມສະຫຼອງ 74 ປີແຫ່ງວັນປະເພນີ ສານປະຊາຊົນ ສສ. ຫວຽດນາມ (13 ກັນຍາ 1945 - 13 ກັນຍາ 2019), ສານປະຊາຊົນສອງປະເທດຫວຽດນາມ ແລະ ລາວໄດ້ເປີດງານແລກປ່ຽນກິລາຮ່ວມກັນ ລະຫວ່າງສອງລະບົບສານ.
ຍສໝ - ວັນທີ 20 ສິງຫາ, ໄດ້ຈັດການສົນທະນາ ລະຫວ່າງ ຄະນະຜູ້ແທນ ກົມຂົນຂວາຍກອງທັບປະຊາຊົນ ຫວຽດນາມນຳໂດຍ ສະຫາຍ ພັນເອກ ເລແອງຕ໋ວນ ຮອງຫົວ ໜ້າກົມຂົນຂວາຍກົມໃຫຍ່ການ ເມືອງກອງທັບປະຊາຊົນ ຫວຽດນາມ ແລະ ກົມກໍ່ສ້າງຮາກຖານກອງທັບປະຊາຊົນລາວ ໃນໂອກາດທີ່ຄະນະຜູ້ແທນຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍ ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 24 – 25 ມິຖຸນາ 2019.