ທ່ານ Park Hang-seo: “ຂ້າພະເຈົ້າ ຈະເຮັດວຽກຢ່າງຕັ້ງໃຈ ເພື່ອຕອບແທນຄວາມຮັກແພງຂອງປະຊາຊົນຫວຽດນາມ”
ຍສໝ - ນີ້ແມ່ນຄຳກ່າວປາໄສຂອງທ່ານ Park Hang-seo, ອະດີດຄູຝຶກບານເຕະແຫ່ງຊາດ ຫວຽດນາມ ເມື່ອໄດ້ຮັບຫຼຽນໄຊ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” - ລາງວັນສູງສຸດຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໃນຕອນເຊົ້າວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ. ລາງວັນດັ່ງກ່າວ ແມ່ນການເຊີດຊູການອຸທິດສ່ວນຂອງທ່ານ Park Hang-seo ໃຫ້ແກ່ກິລາບານເຕະຫວຽດນາມ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ສ.ເກົາຫຼີ.