ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ - ເກົາຫຼີເໜືອ
ຍສໝ - 80 ປີທີ່ຜ່ານມານັບແຕ່ການສ້າງຕັ້ງ, ພັກແຮງງານ ເກົາຫຼີເໜືອ ໄດ້ນຳພາປະຊາຊົນສ້າງສາ ແລະ ປ້ອງກັນປະເທດ, ບັນລຸໄດ້ບັນດາຜົນງານທີ່ໜ້າຊົມເຊີຍ. ນ້ຳໃຈມິດຕະພາບຫວຽດນາມ-ເກົາຫຼີເໜືອ ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນຳ ແລະ ປະຊາຊົນສອງປະເທດໃນຕະຫຼອດ 75 ປີຜ່ານມາ, ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງປະເທດ.