ຍສໝ - ທ່ານປະທານຄະນະກຳມາທິການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເລ ຕ໊ນ ຕອ້ຍ ຢືນຢັນວ່າ ຝຣັ່ງ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດ ຂອງຫວຽດນາມ ໃນສະຫະພາບເອີຣົບ (EU) ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນອັນດັບຕົ້ນໆ.
ຍສໝ - Émilie Petitpas ແລະ Enora Richard-Mettay ສົມທົບກັບ ESI ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຢູ່ ຝະລັ່ງ, ວາງອອກເປົ້າໝາຍລະດົມທຶນປະມານ 9.416 USD ແລະ ຈະໄດ້ສົ່ງໃຫ້ສູນເດັກກຳພ້າຢູ່ ຫວຽດນາມ.
ຍສໝ - ເກີດຢູ່ເມືອງເຫ້ວ, ເຕີບໃຫຍ່ຢູ່ແຂວງ ເກີນເທີ, ແລ້ວມາຕັ້ງຖິ່ນຖານຢູ່ປະເທດຝຣັ່ງ, Cecile Le Pham ຍາມໃດກໍ່ຫັນຫົວໃຈໄປບ້ານເກີດເມືອງນອນ. ກັບຄືນໄປຫວຽດນາມ ໃນປີ 1992, ນາງໄດ້ຕິດພັນກັບສູນລ້ຽງເດັກກໍາພ້າຢ່າງບໍ່ຢຸດຢັ້ງ, ຂຽນການເດີນທາງຂອງອາສາສະຫມັກເປັນເວລາຫຼາຍກວ່າສາມທົດສະວັດ.
ຍສໝ - ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງດ້ວຍບັນດາລາຍການສະແດງທີ່ດີເດັ່ນຄື ການສະແດງມວຍມູນເຊື້ອຂອງສະມາຄົມມວຍ ວ້ານອ່ານຝາຍ, ຟ້ອນດອກບົວຂອງກຸ່ມ ເຕິມຢວຽນ ແລະ ການສະແດງຊຸດເສື້ອຍາວຂອງບັນດາສະມາຊິກສະມາຄົມຮັກພາສາຝຣັ່ງ.
ຍສໝ - ທ່ານນາງ Madeleine Riffaud ແມ່ນຜູ້ຕາງໜ້າທີ່ເປັນສັນຍະລັກໃຫ້ຄວາມກ້າຫານ, ຄວາມຕັດສິນໃຈຕໍ່ສູ້ເພື່ອຄວາມຍຸຕິທຳ, ຄວາມຊອບທຳ, ສັນຕິພາບ ແລະ ມີນ້ຳໃຈຮັກແພງທີ່ລຽບງ່າຍ, ຈິງໃຈ ແລະ ຍາມໃດກໍ່ຄິດ ແລະ ກະທຳເພື່ອປະເທດ ຫວຽດນາມ. Madeleine Riffaud ຈະຢູ່ໃນໃຈຂອງທຸກຄົນຕະຫຼອດໄປ. ນັ້ນແມ່ນການແບ່ງປັນທີ່ຕື້ນຕັນໃຈຂອງທ່ານນາງ ເຈີ່ນທູຮວ່ານ, ພະນັກງານຂອງຄະນະພົວພັນຕ່າງປະເທດສູນກາງ ກ່ຽວກັບເພື່ອນມິດຂອງ ຫວຽດນາມ.
ຍສໝ - ວັນທີ 21 ຕຸລາ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ ເກີນເທີ ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງບັນດາໂຮງຮຽນປະຖົມຢູ່ນະຄອນ ເກີນເທີ ແລະ ບັນດາໂຮງຮຽນປະຖົມຢູ່ ຝຣັ່ງ ເພື່ອແນໃສ່ຊຸກຍູ້ການສອນ ແລະ ການຮຽນພາສາ ຝຣັ່ງ ຢູ່ນະຄອນ ເກີນເທີ.