ຍສໝ - ນັ້ນແມ່ນການເຂົ້າຮ່ວມຂອງທ່ານປະທານສະພາສູງກຳປູເຈຍ Samdech Techo Hun Sen ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 21 ສິງຫາ ຢູ່ນະຄອນຫຼວງ ພະນົມເປັນ. ເຫດການໂດຍສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ ກຳປູເຈຍ, ແຂກສາກົນເປັນຈຳນວນຫຼວງຫຼາຍ, ນັກວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ພວມອາໄສ, ຮ່ຳຮຽນຢູ່ ກຳປູເຈຍ.
ຍສໝ - ນັກສຶກສາລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມງານບຸນປີໃໝ່ລາວ ແລະ Chol Chnam Thmey (ກຳປູເຈຍ) ທີ່ດຳເນີນຢູ່ນະຄອນ ໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ ໃນຕອນຄ່ຳວັນທີ 15 ເມສາ.
ຍສໝ - ວັນທີ 23 ກຸມພາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ ປີ 2024, ລະບົບແນວໂຮມປະເທດຊາດ ນະຄອນ ແລະ ບັນດາອົງການສະມາຊິກ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນຢ່າງມີປະສິດທິຜົນ.
ຍສໝ - ປີ 2024 ແມ່ນຂີດໝາຍບັນດາບາດກ້າວສຳຄັນໃນການພົວພັນທາງການທູດປະຊາຊົນຂອງແຂວງ ໄຕນິງ, ປະກອບສ່ວນປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມິດຕະພາບກັບບັນດາແຂວງຊາຍແດນຂຶ້ນກັບ ລາຊະອານາຈັກ ກຳປູເຈຍ. ໂດຍປະຕິບັດຄໍາສັ່ງເລກທີ 12-CT/TW ຂອງຄະນະເລຂາທິການວ່າດ້ວຍການເພີ່ມທະວີການນຳພາຂອງພັກ, ຍົກສູງວຽກງານການທູດປະຊາຊົນໃນສະພາບການໃໝ່ຢ່າງມີປະສິດທິຜົນ, ແຂວງສາມາດບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາເຂດຊາຍແດນ.
ຍສໝ - ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ - ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ໊ນ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ຫວ່າງມໍ່ໆມານີ້, ຄະນະປະຕິບັດງານໂດຍ ທ່ານພົນຈັດຕະວາ ສຸຍບຸນຮຽງ ຮອງຫົວໜ້າຮັບຜິດຊອບດ້ານປ້ອງກັນ, ຕ້ານອັກຄີໄພ ແລະ ວັດຖຸລະເບີດ, ພະແນກຕຳຫຼວດແຂວງ Tboung Kh'Mum, ລາຊະອານາຈັກ ກຳປູເຈຍ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ຂອບອົກຂອບໃຈຕຳຫຼວດແຂວງ ໄຕນິງ ທີ່ໄດ້ໃຫ້ການໜູນຊ່ວຍດັບເພີງຢູ່ຕາແສງ Tropeng Phlong, ເມືອງ Ponhia Kret ຢ່າງທັນການ.
ຍສໝ - ວັນທີ 7 ພະຈິກ, ຢູ່ແຂວງ ໄຕນິງ, ທະຫານເຂດ 7 ໄດ້ຈັດຕັ້ງພິທີເຄື່ອນທັບ, ມອບໜ້າທີ່ໃຫ້ 4 ກອງຊອກຄົ້ນ ແລະ ທ້ອນໂຮມອັດຖິຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ ກຳປູເຈຍ ໄລຍະ 24 (ລະດູແລ້ງ 2024 – 2025).
ຍສໝ - ການສໍາຫຼວດບັນດາຮ່ອງຮອຍປະຫວັດສາດ, ການພົບປະໂດຍກົງກັບພະຍານປະຫວັດສາດ, ຜູ້ຖືກເຄາະຮ້າຍ, ຜູ້ກ່ຽວພັນກັບລະບອບດັບສູນເຊື້ອຊາດ Pol Pot... ແມ່ນກິດຈະກໍາທີ່ລວມຢູ່ໃນການສໍາຫຼວດ ແລະ ການໄປທັດສະນະສຶກສາໂດຍສູນເອກະສານ ກໍາປູເຈຍ (DC-Cam) ຈັດຂຶ້ນແຕ່ວັນທີ 20-23 ສິງຫາ. ນີ້ແມ່ນຄັ້ງທຳອິດທີ່ການເຄື່ອນໄຫວມີການເຂົ້າຮ່ວມຂອງນັກປະຫວັດສາດຕ່າງປະເທດ, ຈາກມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ).
ຍສໝ - ຕອນບ່າຍວັນທີ 5 ສິງຫາ, ຢູ່ ຮ່າໂນ້ຍ, ສະຖາບັນປະຫວັດສາດການທະຫານ (ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ) ໄດ້ຈັດຕັ້ງພິທີເປີດຊຸດອົບຮົມວຽກງານປະຫວັດສາດການທະຫານໃຫ້ພະນັກງານກອງທັບລາດຊະວົງ ກຳປູເຈຍ ປີ 2024.
ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ພ້ອມດ້ວຍຄະນະພະນັກງານຂັ້ນສູງ ລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ຫວ່າງແລ້ວນີ້, ເນື່ອງໃນໂອກາດການຢ້ຽມຢາມກຳປູເຈຍ ຂອງທ່ານປະທານສະພາແຫ່ງຊາດ ເວືອງດຶງເຫ້ວ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມີິງຮວານ ໄດ້ມີການພົບປະກັບທ່ານ Dith Tina, ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ກຳປູເຈຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, ແຕ່ວັນທີ 5 – 8 ພະຈິກ 2022, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ສະຫະພັນບັນດາອົງການສະມາຄົມມິດຕະພາບ ຫວຽດນາມ - ແຂວງ ບີ່ງເຟືອກ ແລະ ແຂວງ ດັກນົງ ໄດ້ສົມທົບກັບສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ຈັດຕັ້ງການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນຫວຽດນາມ - ກຳປູເຈຍ ຄັ້ງທີ 5.
ຍສໝ - ດ້ວຍຄຳຂວັນ “ສາມັກຄີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ສ້າງສະມາຄົມໃຫ້ເຂັ້ມແຂງ”, ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ເມືອງ ຮ່ວາວາງ (ນະຄອນ ດ່າໜັງ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທຳອິດ ອາຍຸການ 2021-2026.
ຍສໝ - ຫວ່າງແລ້ວນີ້, ແຂວງໄຕນິງ (ຫວຽດນາມ) ແລະ ແຂວງ Prey Veng (ກຳປູເຈຍ) ໄດ້ຈັດພິທີຕັດແຖບຜ້າສະຫຼອງເປີດນຳໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey ໃນຮູບແບບທີ່ຈັດຝ່າຍລະຟາກຊາຍແດນ ເພື່ອຈຳກັດການພົບປະ ແລະ ປ້ອງກັນພະຍາດ COVID-19.
ຍສໝ - ເອກະສານນິຕິກຳ 2 ສະບັບທີ່ບັນທຶກຜົນສຳເລັດ ໃນການປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດແດນ (ປະມານ 84%) ຂອງຊາຍແດນແຜ່ນດິນຫວຽດນາມ - ກຳປູເຈຍໄດ້ມີຜົນບັງຄັບນຳໃຊ້ຢ່າງເປັນທາງການ ແລະ ເຂົ້າສູ່ຊີວິດການເມືອງຂອງສອງປະເທດ ໃນວັນທີ 22 ທັນວາ 2020.
ຍສໝ - ອະນຸສາວະລີມິດຕະພາບຫວຽດນາມ - ກຳປູເຈຍ ໃນແຂວງ Tbong Khnum ໄດ້ເລີ່ມລົງມືກໍ່ສ້າງ, ເຊິ່ງມີເນື້ອທີ່ປະມານ 4 ເຮັກຕາ, ລວມທັງອະນຸສາວະລີ ແລະ ຊຸດຮວບຮວມບັນດາເອກະເທດ ໄດ້ຈຸດທີ່ຕັ້ງທີ່ໃຈກາງຂອງແຂວງ Tbong Khnum
ຍສໝ - ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຮອບທີ I ກຸ່ມປະຕິບັດງານປະສົມກ່ຽວກັບດ່ານຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ.
ຍສໝ - ການແລກປ່ຽນປະສົບການລະຫວ່າງກອງທັບ ຫວຽດນາມ - ກຳປູເຈຍ ຈະປະກອບສ່ວນຍົກສູງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດເວົ້າລວມ ແລະ ລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ສູນຄົ້ນຄວ້າຍຸດທະສາດການທະຫານກອງທັບລາດຊະວົງ ກໍາປູເຈຍ ເວົ້າສະເພາະ.