ຫວດໜຶ້ງເຂົ້າໃນຄອບຄົວຂອງຊາວເຜົ່າຜູ້ໄທຢູ່ເຂດເຕິຍບັກ

ຫວດໜຶ້ງເຂົ້າໃນຄອບຄົວຂອງຊາວເຜົ່າຜູ້ໄທຢູ່ເຂດເຕິຍບັກ

ແຕ່ປາງກ່ອນ, ຫວດໜຶ້ງເຂົ້າແມ່ນໜຶ່ງໃນບັນດາພາຊະນະທີ່ລື້ງເຄີຍແລະຕິດພັນກັບຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກສຽງເໜືອຂອງຫວຽດນາມ ແລະເຄີຍຖືກພໍ່ແມ່ພີ່ນ້ອງໃຊ້ ເພື່ອໜຶ້ງເຂົ້າແລະຂອງກິນຊະນິດຕ່າງໆ. ເຖິງວ່າການດຳລົງຊີວິດມີການປ່ຽນແປງຫຼາຍຢ່າງກໍ່ຕາມແຕ່ໃນເຮືອນຄົວຂອງບັນດາຄອບຄົວຂອງຊາວ ເຜົ່າຜູ້ໄທໃນປັດຈຸບັນ ເບິ່ງຄືວ່າເຮືອນຫຼັງໃດກໍ່ມີຫວດໜຶ້ງເຂົ້າຢ່າງໜ້ອຍສຸດໜື່ງອັນ ແລະພໍ່ແມ່ພີ່ນ້ອງໄດ້ນຳໃຊ້ໃນຊີວິດປະຈຳວັນ.