ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ທີ່ກອງປະຊຸມເຜີຍແຜ່, ເຊື່ອມຊືມຂໍ້ສະຫຼຸບທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ໃນສະພາບການໃໝ່ໄດ້ດຳເນີນຫວ່າງແລ້ວນີ້.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອ 17/11/1950 – 17/11/2021). ທີ່ພິທີ, ທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ປຸກລະດົມການແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອໃນທົ່ວລະບົບ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມຢູ່ຫວຽດນາມ (10 ສິງຫາ 1961 - 10 ສິງຫາ 2021), ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ສົ່ງຈົດໝາຍສະແດງຄວາມ ຂອບອົກຂອບໃຈບັນດາປະເທດເພື່ອນມິດ, ຄູ່ຮ່ວມມືສາກົນສໍາລັບການຮ່ວມເດິນທາງ, ການແບ່ງປັນ ແລະໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃນຫຼາຍປີຜ່ານມາ.
ດ້ວຍບົດບາດເປັນຫົວເງື່ອນຂອງການເຄື່ອນໄຫວພົວພັນຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ເປັນເຈົ້າການຮັບມືກັບສະພາບການໃໝ່, ປະດິດຄິດສ້າງໃນວຽກງານພົວພັນຕ່າງປະເທດ, ປະກອບສ່ວນຕັ້ງໜ້າພ້ອມກັບທ່ົວປະເທດປະຕິບັດສໍາເລັດໜ້າທີ່ “ຄວບຄູ່” ແມ່ນທັງຄວບຄຸມໂລກພະຍາດ ທັງພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໂຄສະນາພາບພົດຫວຽດນາມ ອອກທົ່ວໂລກ, ເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບ ແລະການຮ່ວມມືສາກົນ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງ ຫງວຽນເຟືອງງາ, ປະທານ VUFO ໃນການຕອບສໍາພາດຕໍ່ສື່ມວນຊົນຫວ່າງແລ້ວນີ້.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານນາງ ຫງວຽນເຟືອງງາ ປະທານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ເນັ້ນໜັກເຖິງຖານະບົດບາດຂອງວຽກງານການທູດປະຊາຊົນ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ...
ຍສໝ - ວັນທີ 13 ສິງຫາ, ສະຫະພັນບັນດາອົງການມິດຕະພາບແຂວງ ເບນແຈ (ສະຫະພັນ ເບນແຈ) ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 2 ໄລຍະປີ 2020 - 2025. ທ່ານ ເຈືອງມີງເຍີດ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ເບນແຈ.
ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ທ່ານ Chay Navuth ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ໄດ້ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.