ຮົງກາລີ ມອບຫຼຽນໄຊກາງເຂນຄຳໃຫ້ແກ່ນັກແປ ຫວູຫງອກເກີນ
ຍສໝ - ວັນທີ 17 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບຫຼຽນໄຊກາງເຂນຄຳແຫ່ງລັດ ຮົງກາລີ ໃຫ້ແກ່ທ່ານ ຮສ.ປອ ຫວູຫງອກເກີນ, ຜູ້ແປທີ່ໄດ້ປະສົບຜົນສຳເລັດໃນການແປຫຼາຍບົດປະພັນວັນນະຄະດີຂອງ ຮົງກາຣີ ເປັນພາສາ ຫວຽດນາມ.