ຫ້ອງວ່າການປະທານປະເທດ ຈັດກອງປະຊຸມສະຫລຸບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021

ຫ້ອງວ່າການປະທານປະເທດ ຈັດກອງປະຊຸມສະຫລຸບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021

ຫວ່າງແລ້ວນີ້, ຢູ່ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມສະ ຫລຸບປະຈຳປີ 2020 ແລະ ທິດທາງແຜນການປີ 2021, ໂດຍການເປັນປະທານຂອງ ທ່ານ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະ ເທດ, ມີບັນດາຄະນະພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ພະນັກງານ-ລັດຖະກອນ ປະ ຈຳຫ້ອງວ່າການປະທານປະເທດເຂົ້າຮ່ວມ.

ຫ້ອງວ່າການປະທານປະເທດເຊື່ອມຊືມເອກະສານສໍາຄັນຂອງພັກ

ຫ້ອງວ່າການປະທານປະເທດເຊື່ອມຊືມເອກະສານສໍາຄັນຂອງພັກ

ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມເຊື່ອມຊືມ ເອກະສານສໍາຄັນຂອງພັກ ເພື່ອແນ່ໃສ່ເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັງານ-ລັດຖະກອນ ພາຍໃນຫ້ອງວ່າການ ປະທານປະເທດ ຮັບຮູ້, ກໍາແໜ້ນ ກ່ຽວກັບຄວາມໝາຍຄວາມສໍາຄັນ ເປັນຕົ້ນ ມະຕິວ່າດ້ວຍເພີ່ມທະວີ ວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ມິຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການຍົກສູງ ຄຸນນະພາບ ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ. ໃນວັນທີ 25 ກັນຍາ 2020 ໂດຍການເປັນປະທານຂອງ ທ່ານ ຄໍາເມິງ ພົງທະດີ ເລຂາຄະນະພັກ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ, ມີບັນດາຄະນະພັກ, ສະມາຊິກພັກ, ພະນັກງານພາຍໃນ ຫ້ອງວ່າການປະທານປະເທດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຫ້ອງວ່າການປະທານປະເທດ ເຊື່ອມຊຶມມະຕິ 8 ສະໄໝທີ X ຂອງພັກ

ຫ້ອງວ່າການປະທານປະເທດ ເຊື່ອມຊຶມມະຕິ 8 ສະໄໝທີ X ຂອງພັກ

ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກ ແລະ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ (13/7/1909-13/7/2019) ຂຶ້ນໃນວັນທີ 17 ກໍລະກົດ ນີ້ ທີ່ຫ້ອງວ່າການປະທານປະເທດ ໂດຍການປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.