ຕອນບ່າຍວັນທີ 8 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນການສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ.
ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄຊສົມພອນ ພົມວິຫານ ເນັ້ນໜັກວ່າ ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ.
ໃນຊຸມວັນຕົ້ນລະດູບານໃໝ່ 2021, ບັນດາທະຫານຊ່າງແມ່ທັບນ້ອຍ 11 ພວມຊ່ວງເສັງກັບເວລາເພື່ອກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ໃຫ້ສໍາເລັດໃນຕົ້ນປີ 2021 ດ້ວຍຄຸນນະພາບດີທີ່ສຸດ, ໄດ້ຮັບຄວາມເພິ່ງພໍໃຈຈາກປະເທດເພື່ອນມິດ, ສົມເປັນສັນຍາລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ.
ຍສໝ - ພາຍຫຼັງກໍ່ສ້າງມາໄດ້ 32 ເດືອນ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທາງດ້ານດິນຟ້າອາກາດ, ຝົນຕົກ, ແດດຮ້ອນ, ກໍ່ຄືຜົນສະທ້ອນຈາກພະຍາດໂຄວິດ-19... ນັກຮົບແມ່ທັບນ້ອຍ 11 ໄດ້ກໍ່ສ້າງສໍາເລັດເປັນສ່ວນຫຼາຍ, ປະຈຸບັນພວມເຮັດໃຫ້ສໍາເລັດ ແລະຕິດຕັ້ງລາຍລະອຽດສຸດທ້າຍເພື່ອໃຫ້ໄດ້ໃຊ້.
ຍສໝ - ໂຄງການ ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ມີເນື້ອທີ່ທັງໝົດ 23.400 ຕາແມັດ, ໃນນັ້ນມີເນື້ອທີ່ປຸກອາຄານ 7.171 ຕາແມັດ, ກວ້າງ 78 ເມັດ, ເນື້ອທີ່ຈອດລົດ ແລະທາງສັນຈອນ 9.450 ຕາແມັດສາມາດຈອດລົດໃຫຍ່ໄດ້ 273 ຄັນ, ລົດເມ 3 ຄັນ, ລົດຈັກ 270 ຄັນ, ເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ສາມາດບັນຈຸໄດ້ 800-1.000 ຄົນ. ສ່ວນຫ້ອງປະຊຸມສຳລັບ ສສຊ ບັນຈຸໄດ້ 433 ຄົນ.
ຍສໝ - ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ແມ່ນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ ໃນໄລຍະໃໝ່, ໄລຍະກໍ່ສ້າງ ແລະພັດທະນາຂອງທັງສອງປະເທດ.
ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2016, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ ມອບກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ໃຫ້ພັກ, ລັດ ແລະປະຊາຊົນລາວ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໃຫ້ພົນລະພາກຫຼວງ 11 ລົງມືກໍ່ສ້າງໂຄງການດັ່ງກ່າວ.