ຫວຽດນາມ - ລາວ: ຍົກສູງປະສິດທິຜົນຂອງການຮ່ວມມືໃນວຽກງານການຄຸ້ມຄອງພາສີ.
ຍສໝ - ເພື່ອປະຕິບັດການເຄື່ອນໄຫວຮ່ວມມືໃນປີ 2025 ລະຫວ່າງກະຊວງການເງິນຫວຽດນາມ ແລະ ລາວ ໃນຂົງເຂດພາສີອາກອນ, ໃນຕອນເຊົ້າຂອງວັນທີ 9 ທັນວາ, ກົມພາສີຫວຽດນາມ ໄດ້ຈັດກອງປະຊຸມ ແລະ ເຮັດວຽກກັບຄະນະຜູ້ແທນຈາກກົມພາສີລາວ. ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງທ່ານ ມາຍຊວນແທ່ງ, ຫົວໜ້າກົມພາສີຫວຽດນາມ.