ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າຫິມະຕົກ
ຍສໝ - ຫວ່າງແລ້ວນີ້, ຈອມພູ Fansipan ໄດ້ປະກົດມີຫິມະຕົກພ້ອມກັບຝົນ. ຮູບພາບຫິມະຕົກໂດຍນັກທ່ອງທ່ຽວໄດ້ບັນທຶກໄວ້ ແລະ ເອົາລົງໃນສື່ສັງຄົມ. ທັດສະນີຍະພາບທີ່ສວຍສົດງົດງາມນີ້ເຮັດໃຫ້ນັກທ່ອງທ່ຽວ ແລະ ນັກຖ່າຍຮູບຫຼາຍຄົນທີ່ມາຈາກຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ຊ້ຳບໍ່ໜຳແມ່ນນະຄອນ ໂຮ່ຈີມິນ ຕັດສິນໃຈໄປຊາປາ ເພື່ອຖ້າຫິມະຕົກ.