WWF ໜູນຊ່ວຍຍົກສູງຄວາມສາມາດກ່ຽວກັບການປ່ອຍອາຍພິດເຮືອນແກ້ວຢູ່ແຂວງ ກວາງຈີ້
ຍສໝ - ວັນທີ 25 ພະຈິກ, ຄະນະກໍາມະການປະຊາຊົນແຂວງ ກວາງຈິ້ ມີຂໍ້ຕົກລົງເລກທີ 2860/QD-UBND ອະນຸມັດຜ່ານໂຄງການ “ການສຳມະນາຊຸກຍູ້ຂະບວນການຫັນປ່ຽນພະລັງງານມຸ່ງໄປເຖິງເປົ້າໝາຍການປ່ອຍອາຍພິດລົງເປັນ 0 ໃນປີ 2050 ຢູ່ແຂວງ ກວາງຈິ້” ຈັດຕັ້ງໂດຍອົງການ WWF - ຫວຽດນາມ ອຸປະຖຳເພື່ອແນໃສ່ໜູນຊ່ວຍຍົກສູງຄວາມຮັບຮູ້ ແລະ ເພີ່ມທະວີຄວາມສາມາດກ່ຽວກັບການຊຸກຍູ້ໃນການບັນລຸເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການປ່ອຍອາຍພິດລົງເປັນ 0 (Net-zero).