ສຽງແຄນຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ເມືອງບັກຮ່າທີ່ແຂວງລ່າວກາຍ
ຢູ່ເມືອງບັກຮ່າທີ່ແຂວງລ່າວກາຍເຊິ່ງແມ່ນດິນແດນເຂດພູສູງແຫ່ງທີ່ຊາວເຜົ່າມົ້ງ ດຳລົງຊີວິດນັບແຕ່ໃດໆມາມີເຍື່ອງອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ ນັ້ນແມ່ນສຽງແຄນ, ຟ້ອນແຄນດ້ວຍຄວາມເປັນເອກະລັກສະເພາະແລະດູດດື່ມ.
ຢູ່ເມືອງບັກຮ່າທີ່ແຂວງລ່າວກາຍເຊິ່ງແມ່ນດິນແດນເຂດພູສູງແຫ່ງທີ່ຊາວເຜົ່າມົ້ງ ດຳລົງຊີວິດນັບແຕ່ໃດໆມາມີເຍື່ອງອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ ນັ້ນແມ່ນສຽງແຄນ, ຟ້ອນແຄນດ້ວຍຄວາມເປັນເອກະລັກສະເພາະແລະດູດດື່ມ.
ຍສໝ - ສຽງແຄນດັງກ້ອງໄປຄຽງຄູ່ກັບຊີວິດຂອງຊາວເຜົ່າມົ້ງ, ທັງຊ່ວຍເຊື່ອມຕໍ່ກັບເທວະດາ ແລະສິ່ງສັກສິດ, ທັງເປັນອຸປະກອນສະແດງ, ເຮັດໃຫ້ບັນເທົາຄວາມທຸກໂສກເປັນຫ່ວງ, ແບ່ງປັນຄວາມຄິດເຫັນ, ນໍ້າໃຈ, ສະໜິດຕິດພັນວົງຄະນະຍາດ, ເຊື່ອມຕໍ່ຄວາມຮັກຄູ່ບ່າວສາວ.
ແຄນ ແລະ ສຽງແຄນ ໄດ້ກຳເນີດເກີດຂຶ້ນກັບຄົນລາວມາຫລາຍກວ່າ 3 ພັນປີ ແລະ ມີຫລາຍກວ່າ 100 ລາຍແຄນ, ໂດຍພູມປັນຍາ ຂອງບັນພະບູລຸດລາວເປັນຜູ້ປະດິດຂຶ້ນມາ. ແຄນແມ່ນເຄື່ອງດົນຕີ ອຳມະຕະຂອງຊາດລາວຕິດພັນກັບວິຖີຊີວິດວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຄົນລາວ ບັນດາເຜົ່າມາແຕ່ດຶກດຳບັນ, ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.