ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຢູ່ນະຄອນຫຼວງວຽງຈັນ, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມວິທະຍາສາດໃນຫົວຂໍ້ “60 ປີແຫ່ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ”, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ.