ຫວຽດນາມ ຕີລາຄາສູງຕໍ່ບົດບາດຂອງ ສປຊ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ຊູດັງ
ຍສໝ - ທີ່ກອງປະຊຸມທາງອອນລາຍ ກ່ຽວກັບສະພາບການຢູ່ຊູດັງ ແລະການເຄື່ອນໄຫວຂອງຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ປະຈໍາຊູດັງ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຕີລາຄາສູງຕໍ່ບົດບາດຂອງ ສປຊ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ຊູດັງ ແລະຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍມະນຸດສະທໍາ ແລະສ້າງເງື່ອນໄຂຫຼາຍກວ່າອີກໃຫ້ແກ່ປະເທດຊູດັງ ໄດ້ສໍາຜັດກັບລະບອບລະບຽບການດ້ານການເງິນສາກົນ.