ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລາວ - ມົງໂກລີ
ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ Khurelsukh Ukhna, ປະທານາທິບໍດີ ມົງໂກລີ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ແລະ ຄະນະຜູ້ແທນ ໄດ້ມີການຢ້ຽມຢາມທາງລັດຖະກິດຢູ່ ມົງໂກລີ ນັບແຕ່ວັນທີ 11 – 12 ມິຖຸນານີ້ ເພື່ອຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ.