ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້
ຍສໝ - ບັນດາອົງການຕາງໜ້າຫວຽດນາມຢູ່ເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງການບິນ ເພື່ອນຳເອົາພົນລະເມືອງເກືອບ 280 ຄົນຫວຽດນາມຈາກ 30 ກວ່າປະເທດໃນຂົງເຂດທີ່ກ່າວມາຂ້າງເທິງໄດ້ກັບບ້ານຢ່າງປອດໄພ.