ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ
ຍສໝ - ວັນທີ 30 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນມິງເຕີມ ໄດ້ຍື່ນສານຕາຕັ້ງຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.