ບໍລິສັດ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄະນະສະເພາະກິດ ອັດຕະປື
ເພື່ອສະໜອງການຊ່ວຍເຫຼືອ ປະຊາຊົນ ຜູ້ທຸກຍາກດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫລີກ ຂອງແຂວງອັດຕະປື ໂດຍສະເພາະໃນໄລຍະການລະບາດ ຂອງພະຍາດ COVID-19 ນີ້ ໃນວັນທີ 10 ເມສາ ຜ່ານມາ ບໍລິສັດ ນ້ຳຕານອ້ອຍ TTC ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ກອງເລຂາຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19 ປະກອບມີເຂົ້າສານໜຽວ 1,5 ໂຕນ, ແລະ ນ້ຳຕານ 1 ໂຕນ ລວມມູນຄ່າ 18.000.000 ກີບ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19.