ຍສໝ - ໃນວັນທີ 31 ມີນາ, ສະຫະພັນອົງການມິດຕະພາບນະຄອນເກິ່ນເທີ ຮ່ວມມືກັບອົງການ Taiwan Fund for Children and Families (TFCF) ພ້ອມກັບບັນດາພະແນກ, ຄະນະ, ຂະແໜງການແລະ ທ້ອງຖິ່ນຕ່າງໆ ໄດ້ຈັດພິທີເປີດຕົວໂຄງການ "ເພື່ອການພັດທະນາຢ່າງຮອບດ້ານຂອງເດັກທີ່ດ້ອຍໂອກາດໃນສະຖາບັນການສຶກສາ".
ຍສໝ - ຕອນບ່າຍວັນທີ 25 ມີນາ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Maria Theresa Lazaro, ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ຟີລິບປິນ ແລະ ບັນຫາພາກພື້ນຈຳນວນໜຶ່ງທີ່ທັງສອງຝ່າຍມີຄວາມສົນໃຈ.
ຍສໝ - ຕອນເຊົ້າວັນທີ 23 ກຸມພາ, ທີ່ສຳນັກງານໃຫຍ່ຂອງພັກແນວໂຮມປົດປ່ອຍໂມຊຳບິກ (FRELIMO), ທ່ານນາງ ເຈິ່ນທິທູທິນ ເອກອັກຄະລັດຖະທູດຫວຽດນາມ ປະຈຳໂມຊຳບິກ ໄດ້ມອບເງິນບໍລິຈາກຈຳນວນ 100.000 ໂດລາສະຫະລັດ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ເພື່ອສະໜັບສະໜູນປະຊາຊົນໂມຊຳບິກໃນການແກ້ໄຂບັນຫານ້ຳຖ້ວມ ແລະ ຝົນຕົກໜັກໃຫ້ທ່ານເລຂາໃຫຍ່ພັກ FRELIMO, Chakil Aboobacar.
ຍສໝ - ຕອນບ່າຍວັນທີ 12 ມັງກອນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫງວຽນຮວ່າບິ່ງ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Gan Kim Yong.
ຍສໝ - ວັນທີ 2 ເມສາ, ຄະນະປະຕິບັດງານກະຊວງການຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ໂງ່ຫວຽດຮຸ່ງ ເປັນນຳໜ້າ ພ້ອມກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ເຮື໋ອງຮວ໋າ (ແຂວງ ກວາງຈີ້). ກ່າວຄຳປາໄສທີ່ນີ້, ທ່ານເອກອັກຄະລັດຖະທູດ Marc E. Knapper ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ, ພິເສດແມ່ນແຂວງ ກວາງຈີ້ ເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ຍສໝ - ນີ້ແມ່ນຄຳໝັ້ນສັນຍາຂອງທ່ານ Sasaki Hajime - ສະມາຊິກລັດຖະສະພາຕ່ຳ, ປະທານກຳມາທິການຄົມມະນາຄົມ, ທີ່ດິນ, ພື້ນຖານໂຄງລ່າງ ແລະ ທ່ອງທ່ຽວ - ຄະນະຜູ້ແທນສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ໃນໂອກາດການໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບິ່ງດິ້ງ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ.
ຍສໝ - ວັນທີ 14 ທັນວາ, ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບຢາວັກຊີນ DPT-HBV-Hib (ວັກຊີນ 5 ໃນ 1) ຈໍານວນ 490.600 ໂດສ ຈາກລັດຖະບານອົດສະຕຣາລີ ໜູນຊ່ວຍໂດຍຜ່ານກອງທຶນເພື່ອເດັກ ສະຫະປະຊາຊາດ.
ຍສໝ - ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ລາຍການພັດທະນາສະຫະປະຊາຊາດ (UNDP), ກະຊວງແຜນການ ແລະ ການລົງທຶນ ແລະ ສະຖານທູດ ການາດາ ປະຈຳ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງເຫດການ SIB Connect 2023: ປະສົບຜົນສຳເລັດໃນການດຳເນີນທຸລະກິດ, ເພີ່ມທະວີການກະທົບ, ໃນຂອບເຂດຂອງໂຄງການ: “ໜູນຊ່ວຍລະບົບນິເວດວິສາຫະກິດ ເພື່ອສ້າງຜົນສະທ້ອນຢູ່ຫວຽດນາມ ເພື່ອປະເຊີນ Covid-19” (ໂຄງການ ISEE-COVID).
ຫວ່າງແລ້ວນີ້, ອົງການພັດທະນາ ສປຊ (UNDP) ປະຈໍາຫວຽດນາມ ປະກາດຜົນງານກວດກາສັງຄົມໂດຍ UNDP ແລະສະຖາບັນຄົ້ນຄວ້າພັດທະນາແມ່ນໍ້າຂອງ (MDRI) ປະຕິບັດດ້ວຍການຊ່ວຍເຫຼືອຂອງກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ໂດຍຊີ້ໃຫ້ເຫັນວ່າຊາວຫວຽດນາມ ສ່ວນຫຼາຍໄດ້ຕີລາຄາສູງ, ສະໜັບສະໜູນມາດຕະການຮັບມືກັບພະຍາດໂຄວິດ-19 ຂອງລັດຖະບານຢ່າງແຮງ.
ຕອນບ່າຍວັນທີ 06 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ສຳລັບປະຊາຊົນທຸກຊັ້ນຄົນເວົ້າລວມ ແລະ ປະຊາຄົມວິສາຫະກິດເວົ້າສະເພາະ, ນີ້ແມ່ນຄຳຮຽກຮ້ອງທີ່ໄດ້ຊຸກຍູ້ຄວາມຕັດສິນໃຈ, ຈິດໃຈຄວາມສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກເພື່ອຜ່ານຜ່າໂລກລະບາດ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ - ປະເທດລາວ ນຳພາໂດຍທ່ານສະຖານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ, ໄດ້ເດີນທາງໄປເຮັດວຽກຢູ່ 3 ແຂວງພາກເໜືອຂອງປະເທດລາວ ເພື່ອສົ່ງເສີມການຮ່ວມມື, ຊຸກຍູ້ການລົງທືນ ແລະ ສະໜັບສະໜູນປະຊາຊົນທຸກຍາກຢູ່ພາກເໜືອປະເທດລາວ.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດທາງອອນລາຍ ກ່ຽວກັບບັນຫາລະບຽບການ ແລະ ວິທີການເຮັດວຽກ.
ຍສໝ - ສອງປະເທດຫວຽດນາມ - ສະວິດເຊີແລນ ໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2021, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ.
ຍສໝ - ຊຸດສະໜັບສະໜູນດ້ານການເງິນ ຈຳນວນ 2 ລ້ານເອີໂຣ ຈະໄດ້ແຈກຢາຍໃຫ້ 5 ປະເທດອາຊຽນ, ລວມທັງຫວຽດນາມ, ກຳປູເຈຍ, ລາວ, ມຽນມາ ແລະ ຟີລິບປິນ ເພື່ອສ້າງຄວາມເຂັ້ມແຂງໃນການເຝົ້າລະວັງ ແລະ ຮັບມືຕໍ່ການລະບາດຂອງ COVID-19.
ຍສໝ - ນັ້ນແມ່ນເນື້ອໃນສານອວຍພອນຂອງ ທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ສົ່ງມາຍັງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 45 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.
ຍສໝ - ນັ້ນແມ່ນຄຳຖະແຫຼງທີ່ ໄດ້ຄັດຈາກຈົດໝາຍຂອງ ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ສົ່ງເຖິງ ທ່ານ Fernando Gonzalez Llort ປະທານສະຖາບັນກູບາ ມິດຕະພາບ.
ຍສໝ - ອີງຕາມຖະແຫຼງການຂອງຄະນະຜູ້ແທນສະຫະພາບເອີຣົບ (ອີຢູ) ຢູ່ ອາຊຽນ ໃຫ້ຮູ້ວ່າ ດ້ວຍເປັນສ່ວນໜຶ່ງຂອງແຜນການສະໜັບສະໜູນບັນດາຄູ່ຮ່ວມມືທົ່ວໂລກ, EU ກຳລັງລະດົມຈຳນວນເງິນ 350 ລ້ານເອີໂຣ ເພື່ອຊ່ວຍເຫຼືອບັນດາປະເທດອາຊຽນ ໃນການປ້ອງກັນການແຜ່ລະບາດຂອງພະຍາດ Covid. -19 ແລະ ຫຼຸດຜ່ອນຜົນກະທົບຈາກພະຍາດຢູ່ພາກພື້ນ.
ຍສໝ - ຕອນເຊົ້າວັນທີ 24 ເມສາ, ສະຖານທູດອິດສະລາແອນປະຈຳ ຫວຽດນາມ ໄດ້ມອບເຂົ້າສານ ຈຳນວນ 1 ໂຕນ ໃຫ້ປະຊາຊົນນະຄອນຫຼວງຮ່າໂນ້ຍ ຢູ່ ຕູ້ ATM ເຂົ້າສານ ທີ່ ຄຸ້ມ ເຫງັຍເຕີນ, ເມືອງ ເກົາໄຢ.