ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ຈະເລືອກຕັ້ງກຳມະການຄະນະບໍລິຫານງານສະໄໝໃໝ່ 135 ທ່ານ

ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ຈະເລືອກຕັ້ງກຳມະການຄະນະບໍລິຫານງານສະໄໝໃໝ່ 135 ທ່ານ

ຍສໝ - ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ, ສົກປີ 2026-2031, ຈະດຳເນີນການເລືອກຕັ້ງກຳມະການຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ທັງໝົດ 135 ທ່ານ.

5 ກຸ່ມໜ້າທີ່ຈຸດສຸມຂອງແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝໃໝ່

5 ກຸ່ມໜ້າທີ່ຈຸດສຸມຂອງແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝໃໝ່

ຍສໝ​ - ວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ທີ່ ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຄັ້ງນີ້ແມ່ນຂີດໝາຍເລີ່ມຕົ້ນຂອງໄລຍະແຫ່ງການພັດທະນາໃໝ່ຂອງ ແນວໂຮມປະເທດຊາດ ຫວຽດນາມ ດ້ວຍບົດບາດໃໝ່, ຮູບແບບການຈັດຕັ້ງໃໝ່ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃໝ່; ພ້ອມທັງຮຽກຮ້ອງໃຫ້ ແນວໂຮມ ຕ້ອງແມ່ນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນ, ສະທ້ອນໃຫ້ເຫັນເຖິງເຈດຈຳນົງຂອງປະຊາຊົນ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ເນັ້ນໜັກເຖິງ 5 ກຸ່ມໜ້າທີ່ຈຸດສຸມຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝໃໝ່.