ພິທີສະເຫລີມສະຫລອງ ວັນຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ (23 ມີນາ 1961-23 ມີນາ 2021 ) ໄດ້ຈັດຂຶ້ນໃນເຊົ້າ ວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ, ມີລັດຖະມົນຕີ, ອະດິດລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ.
ຂະນະທີ່ ເຂດບໍລິຫານ ພິເສດ ໄຕ້ຫວັນ ຂອງຈີນ ສະຖານະການ ໂຄວິດ-19 ຂ້ອນຂ້າງດີ ຜູ້ຄົນ ໄດ້ໄປຮ່ວມ ພິທີຢູ່ວັດ ແລະ ສານເຈົ້າຕ່າງໆ ໄດ້ບູຊາ ເພື່ອຄວາມ ຈະເລີນ ຮຸ່ງເຮືອງ ຂອງບຸນປີໃໝ່ຈີນ ຕ້ອນຮັບປີ ສະລູ(ປີງົວ)ຈຳນວນ ຜູ້ຮ່ວມ ສະເຫລີມ ສະຫລອງ ຫລຸດລົງ ບໍ່ຫລາຍ.
ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ນຳໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ.
ຈາກປະເທດທີ່ບໍ່ທັນມີໃຜ ຮູ້ໃນເມື່ອກ່ອນປົດປ່ອຍ ຈົນມາຮອດໃນປັດຈຸບັນນີ້ ລາວມີສາຍພົວພັນທາງການທູດກັບ 143 ປະເທດ, ໃນດ້ານການຊ່ວຍເຫລືອຂອງຕ່າງປະເທດ ກໍໄດ້ເພີ່ມຂຶ້ນຈາກເມື່ອກ່ອນມີພຽງຫລັກຮ້ອຍ ກ້າວກະໂດດຂຶ້ນມາເປັນເກືອບຕື້ ໂດລາສະຫະລັດໃນປັດຈຸບັນ, ນີ້ແມ່ນສະເພາະການຊ່ວຍ ເຫລືອເພື່ອພັດທະນາເທົ່ານັ້ນ, ໂດຍບໍ່ໄດ້ລວມເອົາຕົວເລກ ຂອງການລົງທຶນຕ່າງໆ ຈາກຕ່າງປະເທດ. ທັງໝົດນີ້, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະ ສາມາດຢັ້ງຢືນໄດ້ວ່າຜົນສໍາເລັດດັ່ງກ່າວນັ້ນ, ແມ່ນໝາກຜົນຂອງການມີນະໂຍບາຍອັນຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງປະເທດເຮົາໃນຕະຫລອດ 65 ປີຜ່ານມາ.
ໃນວັນທີ 13 ສິງຫາ 2019 ຄະນະພັກຄະນະນຳແຂວງຄຳມ່ວນນຳໂດຍ ທ່ານ ແສງທອງ ພະຄຸນທອງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ ໄດ້ພ້ອມກັນເຂົ້າວາງກະຕາດອກໄມ້ຢູ່ອານຸສາວະລີປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານສຸພານຸວົງ.