71 ປີ ວັນມູນເຊື້ອ VUFO:  ພາກພູມໃຈໃນມູນເຊື້ອ, ຕັດສິນໃຈຈັດຕັ້ງປະຕິບັດ  6 ວຽກງານຈຸດສຸມທ່າມກາງສະພາບການໃໝ່

71 ປີ ວັນມູນເຊື້ອ VUFO: ພາກພູມໃຈໃນມູນເຊື້ອ, ຕັດສິນໃຈຈັດຕັ້ງປະຕິບັດ 6 ວຽກງານຈຸດສຸມທ່າມກາງສະພາບການໃໝ່

ຍສໝ - ໃນ​ໂອ​ກາດ​ຄົບ​ຮອບ 71 ປີ ວັນ​ມູນ​ເຊື້ອ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ - VUFO (17 ພະ​ຈິກ 1950 – 17 ພະ​ຈິກ 2021), ທ່ານ ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ໄດ້​ມີ​ບົດ​ຄຳ​ເຫັນ​ຊົມ​ເຊີຍ ແລະ ປຸກ​ລະ​ດົມ​ພະ​ນັກ​ງານ, ລັດ​ຖະ​ກອນ, ລັດ​ຖະ​ການ, ຜູ້​ອອກ​ແຮງ​ງານ, ສະມາຊິກສະມາຄົມ​ໃນ​ທົ່ວລະ​ບົບ​ພາ​ກັນ​ມຸ້ງ​ໝັ້ນ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຂ່ຳ​ນັບ​ຮັບ​ຕ້ອນ 72 ປີ ວັນ​ລະ​ນຶກ​ມູນ​ເຊື້ອ. ວາ​ລະ​ສານ​ຍຸກ​ສະ​ໄໝ ຂໍຖືເປັນກຽດໄດ້​ສະ​ເໜີ​ບົດ​ຄຳ​ເຫັນ​ນີ້​ຕໍ່​ບັນ​ດາ​ທ່ານ.

ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ຍສໝ - ໃນວັນທີ 25 ທັນວານີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ນຳໂດຍ ສະຫາຍນາງ ຫງວຽນເຝືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນື່ອງໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ.