ຍສໝ - ອາຍຸການ 2020 – 2025 , ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນຂະຫຍາຍຢ່າງວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ໂດຍປະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການຂອງການນຳພັກ ແລະ ລັດ, ອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ກຳນົດ, ມານະພະຍາຍາມ, ນະວັດຕະກຳແນວຄິດ ແລະ ວິທີເຂົ້າເຖິງ ເພື່ອການນຳ, ຊີ້ນຳລະບົບສະຫະພັນບັນດາອົງການມິດຕະພາບຫວຽດນາມ ບັນລຸໄດ້ບັນດາຜົນງານ.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pallab Sengupta ປະທານສະພາສັນຕິພາບໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).
ຍສໝ - ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໃນວັນທີ 18 ກັນຍາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງລາຍການບໍລິຈາກເພື່ອໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນເສຍຫາຍຈາກພາຍຸເລກທີ 3 (Yagi), ດ້ວຍການເຂົ້າຮ່ວມຂອງພະນັກງານທັງໝົດຂອງອົງການຜູ້ປະຈຳ ແລະ ບັນດາອົງການສະມາຊິກຢູ່ສູນກາງ ຢ່າງຕັ້ງໜ້າ.
ຍສໝ - ນີ້ແມ່ນເນື້ອໃນຕົ້ນຕໍຂອງການພົບປະແລກປ່ຽນລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ທ່ານ Mohammed Ismaeil A. Dahlwy, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ອາຣັບບີ ຊາອຸດີດ ປະຈຳ ຫວຽດນາມ ໃນວັນທີ 3 ມິຖຸນາ ຢູ່ຮ່າໂນ້ຍ.