ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແອງຫງອກ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ຢູ່ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນໄລຍະ 65 ປີທີ່ຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.
ຍສໝ - ວັນທີ 2 ພະຈິກ, ຢູ່ສຳນັກງານຄະນະສູນກາງແນວໂຮມແຫ່ງຊາດຫວຽດນາມ, ຕາງໜ້າໃຫ້ສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ, ທ່ານ ບຸຍຄັກເຊີ່ນ - ອະດິດຮອງປະທານສະຫະພັນບັນດາສະມາຄົມມິດຕະພາບຫວຽດນາມ, ຮອງປະທານປະຈຳການສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ ໄດ້ມອບຈຳນວນເງິນ 50 ລ້ານດົ່ງ ທີ່ບໍລິຈາກໃຫ້ປະຊາຊົນເຂດພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຍ້ອນພາຍຸນໍ້າຖ້ວນ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ເມືອງ ບວນດົນ, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢູ່ ແຂວງດັກລັກໄດ້ຈັດຕັ້ງກອງປະຊຸມບັນດາຂັ້ນຂອງສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຄັ້ງທີ 3 ໃນປີ 2020 ເພື່ອຕີລາຄາສະພາບການເຄື່ອນໄຫວຂອງສະມາຄົມໃນ 6 ເດືອນຕົ້ນປີ, ຈັດຕັ້ງປະຕິບັດທິດທາງ 6 ເດືອນ ທ້າຍປີ.
ຍສໝ - ຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອສືບຕໍ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກໍາປູເຈຍ ຈະໄດ້ຮັບການຈັດຕັ້ງໂດຍສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢູ່ນະຄອນເກີ່ນເທີໃນ 6 ເດືອນທ້າຍປີ 2020.
ຍສໝ - ວັນທີ 6 ພຶດສະພາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ຈັດການຮັບຕ້ອນທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ, ແລະ ໄດ້ແລກປ່ຽນ, ສົນທະນາກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19; ແລະ ບັນດາກິດຈະກຳສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.
ຍສໝ - ຕອນບ່າຍວັນທີ 29 ເມສາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ຝລັ່ງ ນະຄອນໂຮ່ຈິມິນ ໄດ້ມອບເຄື່ອງມືອຸປະກອນການແພດ ເຊິ່ງເປັນຜ້າບັງປາກຈຳນວນ 23.000 ແຜ່ນ ແລະ ນໍ້າຢາຂ້າເຊື້ອ 100 ລິດ ໃຫ້ປະຊາຊົນຝຣັ່ງ ເພື່ອຮ່ວມມືຕໍ່ຕ້ານພະຍາດ COVID-19 ຜ່ານສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ.
ຍສໝ - ເມື່ອບໍ່ດົນມານີ້ , ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ຢ້ຽມຢາມສະຖານທູດ Azerbaijan ປະຈຳ ຫວຽດນາມ, ເພື່ອມອບຜ້າບັງປາກ ຈຳນວນ 10.000 ແຜ່ນ ເພື່ອສະໜັບສະໜູນປະຊາຊົນ Azerbaijan ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.