ຫວຽດນາມ - Morocco ຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ
ຍສໝ - ຕອນເຊົ້າວັນທີ 26 ກໍລະກົດນີ້, ຢູ່ນະຄອນຫຼວງ Rabat, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ມີການພົບປະກັບທ່ານປະທານສະມາຄົມມິດຕະພາບ Morocco - ຫວຽດນາມ Mustapha El Ktiri ໃນຂອບເຂດການຢ້ຽມຢາມລາຊະອານາຈັກ Morocco ຢ່າງເປັນທາງການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ.