ຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ ຢ້ຽມຢາມແລະເຮັດວຽກ ຢູ່ແຂວງເຊີນລາ
ຍສໝ - ສອງວັນທີ່ຜ່ານມາ, ຄະນະຜູ້ແທນສະພາປະຊາຊົນແຂວງ ອຸດົມໄຊ (ສປ ປລາວ) ໂດຍ ທ່ານ ບຸນລອດ ອ່ອນພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ເປັນຫົວໜ້າຄະນະໄດ້ເດີນທາງໄປຢ້ຽມຢາມແລະເຮັດວຽກ ຢູ່ ແຂວງເຊີນລາ. ຕ້ອນຮັບແລະເຮັດວຽກກັບຄະນະ ແຂວງເຊີນລາ ປະກອບມີບັນດາ ສະຫາຍ ບຸ່ຍ ມິງ ເຊີນ, ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ສະຫາຍ ມາຍ ທູ ເຮືອງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ສະຫາຍ ເຍິມ ຖິ ເຟືອງ, ຮອງປະທານສະພາປະຊາຊົນແຂວງ; ສະຫາຍ ເລ ຮົ່ງ ມິງ, ຮອງປະທານຄະນະກຳມະການປະຊາຊົນແຂວງ; ຜູ້ນຳສະພາປະຊາຊົນແຂວງ.