ຍສໝ - ຕອນບ່າຍວັນທີ 4 ມັງກອນນີ້, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫາະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ.
ຍສໝ - ວັນທີ 18 ພະຈິກນີ້, ເວທີປາໄສສື່ມວນຊົນຄັ້ງທີ 6 ໂດຍກອງເລຂາກອງປະຊຸມສາກົນຂອງບັນດາພັກການເມືອງອາຊີ (ICAPP) ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ ຢູ່ນະຄອນຫຼວງເຊອູນ.
ຍສໝ - ສື່ມວນຊົນລາວ ໄດ້ນຳສະເໜີຂ່າວວ່າ ລັດຖະບານໄດ້ເຫັນດີເປັນເອກະພາບໃນຫຼັກການກ່ຽວກັບການອຸດໜູນໃຫ້ພະນັກງານ, ລັດຖະກອນທີ່ມີເງິນເດືອນຂັ້ນຕ່ຳ ແລະ ເພີ່ມທະວີເງິນເດືອນຂັ້ນຕ່ຳສຸດໃຫ້ພະນັກງານພາກສ່ວນເອກະຊົນ.
ຍສໝ - ຕອນເຊົ້າວັນທີ 4 ມັງກອນນີ້, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດຊຸດທີ 15 ໄດ້ໄຂກອງປະຊຸມວິສາມັນຄັ້ງທຳອິດທາງອອນລາຍໄປຍັງ 62 ຈຸດເຊື່ອມຕໍ່ຖ່າຍທອດສົດຢູ່ບັນດາແຂວງ, ນະຄອນ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 6, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເປັນປະທານ ແລະ ກ່າວຄຳເຫັນເປີດກອງປະຊຸມ.
ຍສໝ - ກອງປະຊຸມແລກປ່ຽນບົດຮຽນວຽກງານລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ໄດ້ສຸມໃສ່ແລກປ່ຽນກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະພາແຫ່ງຊາດຫວຽດນາມ.
ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ສະເໜີກົດ ໝາຍ ວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນ ໃສ່ກົດໝາຍວ່າດ້ວຍ ການປັບປຸງດັ່ງກ່າວ, ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ຕາມການສະເໜີປັບປຸງ ບາງມາດຕາຂອງກົດໝາຍນີ້.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະ ທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ຂອງກະຊວງການຕ່າງປະເທດ ທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 29 ມິຖຸນາ 2020 ນີ້, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ; ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃນຫລາຍໝວດ ຫລາຍມາດຕາ ຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມກວ່າເກົ່າ ທັງສາມດນຳໃຊ້ໃຫ້ມີປະສິດທິພາບ.
ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 28 ພະຈິກ 2019 ຢູ່ສະພາແຫ່ງຊາດ (ຫຼັກ 6) ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 19 ພະຈິກ 2019 ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ຂຶ້ນລາຍງານ ກ່ຽວກັບຜົນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການເກັບລາຍຮັບ ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳເຫັນ ແລະ ເຫັນດີເປັນເອກະພາບຮັບຮອງ ເອົາບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍຫຼັງດຳເນີນມາ 15 ວັນ ຢູ່ສະພາແຫ່ງຊາດ (ຫຼັກ 6) ພິທີປິດໄດ້ຈັດຂຶ້ນວັນທີ 25 ມິຖຸນາ 2019 ໂດຍເປັນ ປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ພ້ອມດ້ວຍອະດີດການນຳຂັ້ນສູງ ລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2019 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ມີບັນດາການນຳ, ອະດີດການນຳພັກ-ລັດ, ສະມາຊິກ ສະພາແຫ່ງຊາດ ທຸກເຂດເລືອກຕັ້ງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.