ລັດຖະບານລາວ ກຽມສ້າງສະຖາບັນການສຶກສາວິທະຍາໄລການລົດໄຟ
ປັດຈຸບັນ ວຽກງານອາຊີວະສຶກສາກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມນັບມື້ນັບຫຼາຍຂຶ້ນ ຈາກຕົວເລກການເຂົ້າສຶກສາຮ່ຳຮຽນຂອງບັນດານັກຮຽນ ເຂົ້າຮຽນສາຍວິຊາຊີບມີທ່າອຽງດີຂຶ້ນຖ້າທຽບກັບເມື່ອກ່ອນ ແລະ ນັກຮຽນທີ່ຮຽນຈົບສາຍສາມັນຈຳນວນຫຼາຍກໍສະໝັກເຂົ້າຮຽນສາຍວິຊາຊີບ ບວກກັບ ພັກ-ລັດຖະບານ ໃຫ້ການສົ່ງເສີ່ມການສ້າງວຽກເຮັດງານທຳ ເຮັດໃຫ້ວຽກງານຂະແໜງດັ່ງກ່າວໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.