ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ເນັ້ນໜັກວ່າ, ຕາມຂໍ້ກຳນົດ, ບັນດາທ້ອງຖິ່ນທີ່ປະຕິບັດການແຍກຫ່າງໃນບໍລິເວນນະຄອນ ຕ້ອງລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ອ້ອມຂ້າງ ມີການສົມທົບຢ່າງຄົບຊຸດ ແນໃສ່ບໍ່ໃຫ້ການແລກປ່ຽນຄ້າຂາຍ, ໄປ - ມາ ຖືກຢຸດສະຫງັກໃນເວລາທີ່ບໍ່ຈຳເປັນ.
ຍສໝ - ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຜູ້ນຳບາງທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢູ່ຮ່າໂນ້ຍ ກໍ່ໄດ້ກັບຄືນສູ່ທ້ອງຖິ່ນຂອງພວກເຂົາ ເພື່ອຊີ້ນຳ ຫຼື ກຳກັບບັນຊາກອງປະຊຸມຖ່າຍທອດສົດ ກັບບັນດາທ້ອງຖິ່ນກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19.
ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານຫງວຽນດັ່ງຮຸ່ງ - ກົງສຸນໃຫຍ່ຫວຽດນາມປະຈຳແຂວງຫຼວງພະບາງ ແລະ ທ່ານເພັດທະວອນ ໂພນສະຫວັນ - ເລຂາ, ເຈົ້າແຂວງຫຼວງນ້ຳທາ ໄດ້ເປັນສັກຂີພະຍານພິທີເຊັນສັນຍາໂຄງການຮ່ວມມືກໍ່ສ້າງສູນປ້ອງກັນ ແລະ ປິ່ນປົວພະຍາດໄຂ້ຍຸງທີ່ໂຮງໝໍແຂວງຫຼວງນ້ຳທາ.
ຍສໝ - ໜັງສືພິມ Asahi Shimbun (ຍີ່ປຸ່ນ) ໃຫ້ຮູ້ວ່າ, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ ດ້ວຍການຍຸດທະນາການສະກັດກັ້ນພະຍາດ ຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນດ້ວຍການບໍ່ມີຜູ້ເສຍຊີວິດຍ້ອນ Covid-19.
ຍສໝ - ເວັບໄຊທ໌ Globalnews.ca ໄດ້ຄັດສະເໜີຄໍາປຶກສາ ໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດທີ່ຖືວ່າຜົນສຳ ເລັດຂອງຫວຽດນາມໃນການຕໍ່ສູ້ກັບ COVID-19 ໄດ້ຊ່ວຍປັບປຸງຄວາມໜ້າເຊື່ອຖືຂອງນັກລົງທຶນຕ່າງປະເທດ.
ຍສໝ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ.