ຍສໝ - ວັນທີ 19 ພຶດສະພາດ ການສະເຫຼີມສະຫຼອງ133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ຕ່າງປະເທດ (19/5/1890 –19/5/2023) ໂດຍຊາວຫວຽດນາມອາໄສຢູ່ຫຼາຍປະເທດ ແລະ ເຂດແຄ້ວນ ຈັດຂຶ້ນດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສະມາຄົມພາສາສາກົນ Esperanto ຫວຽດນາມ (1957 - 2022) ແລະ ກອງປະຊຸມໃຫຍ່ຊາວໜຸ່ມພາສາສາກົນ Esperanto ອາຍຸການທີ່ VII (2022 - 2024).
ຍສໝ - ຕອນບ່າຍວັນທີ 2 ມີນາ, ສະຫະພັນການຈັດຕັ້ງມິດຕະພາບນະຄອນເກິນເທີ (ສະຫະພັນເກິນເທີ) ໄດ້ມີວາລະປະຊຸມເຮັດວຽກຮ່ວມກັບຄະນະບໍຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກິນເທີ, ສົນທະນາແຜນການຈັດກິດຈະກຳການເຄື່ອນໄຫວຕ່າງໆເພື່ອລະນຶກຄົບຮອບ 60 ປີ ວັນສ້າງການພົວພັນການທູດ (5/9/1962-5/9/2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022).
ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.
ຍສໝ - ທ່ານນາງ ເລທິຕວຽດມາຍ ໃຫ້ຮູ້ວ່າ ສະມາຊິກພັກ, ພະນັກງານ, ພາລະກອນ ຄະນະຜູ້ຕາງໜ້າຫວຽດນາມທຸກໆຄົນ ແລະ ຜູ້ຕາງໜ້າບັນດາອົງການຕ່າງໆຂອງຫວຽດນາມ ປະຈຳເຊີແນວ ໄດ້ຕັດສິນໃຈເສີມຂະຫຍາຍໝາກຜົນ, ປະຕິບັດໃຫ້ສຳເລັດທຸກໆໜ້າທີ່ເຊິ່ງພັກລັດມອບໝາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການຜັນຂະຫຍາຍນະໂຍບາຍທາງການທູດ ແລະ ວິວັດທະນາການປ່ຽນແປງໃໝ່, ນຳປະເທດຊາດພັດທະນາຢ່າງໄວວາ ແລະ ຍືນຍົງ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີ ແຫ່ງວັນຊາດ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2019), .ໃນຕອນເຊົ້າຂອງວັນທີ 30 ສິງຫາ 2019, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ.