ກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ຄັ້ງທີ 5 ຈະເລືອກຕັ້ງປະທານຮັບຜິດຊອບວຽກງານສະເພາະ
ຍສໝ - ນີ້ແມ່ນຂໍ້ມູນ ໄດ້ຍົກອອກຢູ່ກອງປະຊຸມຄະນະບໍລິຫານງານສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ທີ່ດຳເນີນໃນວັນທີ 21 ຕຸລາ. ກອງປະຊຸມເພື່ອກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 5 ອາຍຸການ 2024-2029. ທ່ານ ເຈີ່ນແອງຕ໋ວນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ປະທານສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ເປັນປະທານກອງປະຊຸມ.